ຄຳຖາມທີ່ພົບເລື້ອຍ

ຄຳຕອບສັ້ນໆກ່ຽວກັບການສົ່ງຜົນງານ, ການຕັດສິນ ແລະ ຂໍ້ມູນສ່ວນຕົວ. ລາຍລະອຽດເຕັມຢູ່ໜ້າກົດກະຕິກາ.

ອັບເດດລ່າສຸດ: 21 ຕຸລາ 2026

ການສົ່ງຜົນງານ

ໃຜສົ່ງຮູບເຂົ້າປະກວດໄດ້?

ພົນລະເມືອງລາວ ຫຼື ຊາວຕ່າງປະເທດທີ່ອາໄສ ຫຼື ເຮັດວຽກຢູ່ ສປປ ລາວ — ບໍ່ຈຳກັດເພດ, ອາຍຸ ແລະ ອາຊີບ. ຮູບຕ້ອງເປັນຜົນງານທີ່ທ່ານຖ່າຍເອງ ແລະ ເປັນເຈົ້າຂອງລິຂະສິດ.

ມີໝວດໃດແດ່?

ໝວດທີ່ເປີດຮັບ: ມໍລະດົກທາງປະຫວັດສາດ ແລະ ຄຸນຄ່າທາງວັດທະນະທຳ · ທັດສະນີຍະພາບ ແລະ ຄວາມອຸດົມສົມບູນທາງທຳມະຊາດ. ແຕ່ລະຮູບເລືອກໄດ້ 1 ໝວດ.

ສົ່ງໄດ້ຈັກຮູບ?

2 ຮູບຕໍ່ໝວດ, ລວມບໍ່ເກີນ 4 ຮູບຕໍ່ຄົນ. ຜູ້ສົ່ງ 1 ຄົນ ໃຊ້ເບີໂທ 1 ເບີ ແລະ ອີເມວ 1 ອັນ.

ຖ່າຍຮູບຢູ່ໃສໄດ້ແດ່?

ຕ້ອງຖ່າຍໃນແຂວງຄຳມ່ວນ ເທົ່ານັ້ນ — ທຳມະຊາດ, ສະຖານທີ່ທ່ອງທ່ຽວ, ວັດທະນະທຳ ຫຼື ເຫດການທີ່ເກີດຂຶ້ນໃນແຂວງຄຳມ່ວນ.

ຮັບຜົນງານຮອດວັນໃດ?

ປິດຮັບ 31 ທັນວາ 2026 ເວລາ 23:59 (ເວລາວຽງຈັນ). ຫຼັງເວລານີ້ລະບົບບໍ່ຮັບຜົນງານ ເຖິງວ່າເລີ່ມສົ່ງກ່ອນ.

ຮູບຕ້ອງເປັນແນວໃດ?

ລະບົບຮັບ ໄຟລ໌ JPEG (.jpg) ທີ່ມີດ້ານຍາວຢ່າງໜ້ອຍ 3,500 ພິກເຊວ (ຮູບຈາກໂທລະສັບ 12MP ຂຶ້ນໄປຜ່ານ) ແລະ ບໍ່ເກີນ 20 MB. ແນະນຳສີ sRGB ແລະ ອັດຕາສ່ວນ 16:9, 3:2 ຫຼື 4:3, ແລະ ຢ່າລຶບຂໍ້ມູນ EXIF ຂອງກ້ອງ. ຮູບໃຫຍ່ຈະຖືກຍໍ້ສະເພາະເພື່ອສະແດງເທິງເວັບ — ໄຟລ໌ຕົ້ນສະບັບຖືກເກັບໄວ້ຄົບສຳລັບການພິມ.

ເປັນຫຍັງຕ້ອງໃສ່ອີເມວ? ບໍ່ໄດ້ຮັບອີເມວ ເຮັດແນວໃດ?

ລະບົບສົ່ງລະຫັດຕິດຕາມທັນທີຫຼັງສົ່ງຜົນງານສຳເລັດ ແລະ ແຈ້ງຜົນການຄັດເລືອກໄປທີ່ອີເມວນີ້. ຖ້າບໍ່ໄດ້ຮັບ: ກວດໂຟນເດີ Spam/Junk ແລະ ການສະກົດອີເມວ. ລະຫັດຕິດຕາມຍັງສະແດງເທິງໜ້າຈໍຫຼັງສົ່ງ — ຖ່າຍຮູບໜ້າຈໍໄວ້.

ຕິດຕາມຜົນງານແນວໃດ? ລືມລະຫັດອ້າງອີງ ເຮັດແນວໃດ?

ໄປໜ້າ ຕິດຕາມ ແລ້ວໃສ່ ລະຫັດອ້າງອີງ ພ້ອມກັບເບີໂທທີ່ໃຊ້ສົ່ງ. ລະຫັດສະແດງເທິງໜ້າຈໍຫຼັງສົ່ງສຳເລັດ ແລະ ຢູ່ໃນອີເມວ "ຮັບຜົນງານແລ້ວ". ລືມລະຫັດ → ຕິດຕໍ່ຄະນະຈັດງານ.

ແຕ່ງຮູບ ຫຼື ໃຊ້ AI ໄດ້ບໍ?

ໄດ້: ປັບແສງ ແລະ ສີພື້ນຖານ, ຕັດຂອບບໍ່ເກີນ 30%, ລຶບຈຸດຝຸ່ນ, HDR/Panorama/Focus Stacking ໃນສະຖານທີ່ ແລະ ເວລາດຽວກັນ, ແປງເປັນຂາວ-ດຳ. ຫ້າມ: ໃຊ້ Generative AI, ຍ້າຍ-ເພີ່ມ-ລຶບວັດຖຸສຳຄັນ (ເຊັ່ນ ປ່ຽນທ້ອງຟ້າ), ໃສ່ລາຍນ້ຳ ລາຍເຊັນ ຫຼື ຂອບໃສ່ຮູບ. ຄະນະຈັດງານອາດຂໍໄຟລ໌ຕົ້ນສະບັບ (RAW) ມາກວດ.

ການຕັດສິນ ແລະ ການລົງຄະແນນ

ການຕັດສິນເຮັດແນວໃດ?

ຮອບຄັດເລືອກ: ຄະນະກຳມະການກວດຜົນງານແບບປິດຊື່ຜູ້ຖ່າຍ (ກົດລະບຽບ, ສະຖານທີ່ໃນແຂວງຄຳມ່ວນ, EXIF, ຄວາມສ່ຽງ AI) ແລ້ວຄັດເລືອກຮູບເຂົ້າຮອບໂຫວດ — ຮອບນີ້ບໍ່ມີຄະແນນ. ຮອບສຸດທ້າຍ: ຄະແນນສຸດທ້າຍ = ໂຫວດອອນລາຍ 40% + ແຂກໃນງານ 30% + ຄະແນນຄະນະກຳມະການ 30% (ເຕັມ 100 ຕາມເກນ 30/25/25/20) — ລາຍລະອຽດຢູ່ໜ້າກົດກະຕິກາ.

ໂຫວດແນວໃດ?

ເມື່ອເປີດຮອບໂຫວດ: ເຂົ້າສູ່ລະບົບດ້ວຍ Google ຫຼື Facebook ແລ້ວເລືອກ 1 ຮູບຕໍ່ໝວດ. ຈຳນວນຄະແນນຈະເປີດເຜີຍຫຼັງປິດການໂຫວດ ເພື່ອຄວາມຍຸຕິທຳ.

ມີລາງວັນຫຍັງແດ່?

ແຕ່ລະໝວດ: ລາງວັນຊະນະເລີດ 15,000,000 ກີບ, ຮອງອັນດັບ 2 10,000,000 ກີບ, ຮອງອັນດັບ 3 5,000,000 ກີບ ແລະ ລາງວັນຊົມເຊີຍພິເສດ 3 ລາງວັນ ລາງວັນລະ 1,000,000 ກີບ. ທັງງານມີ ລາງວັນຂວັນໃຈມະຫາຊົນ 1 ລາງວັນ 3,000,000 ກີບ ສຳລັບຮູບທີ່ໄດ້ສຽງໂຫວດອອນລາຍຫຼາຍທີ່ສຸດ. ທຸກລາງວັນໄດ້ໃບຢັ້ງຢືນກຽດຕິຍົດຈາກປະທານຄະນະກຳມະການປົກຄອງແຂວງຄຳມ່ວນ.

ຢືມໂທລະສັບ ຫຼື ຄອມຂອງຄົນອື່ນມາໂຫວດ ຫຼື ຢາກປ່ຽນບັນຊີ ເຮັດແນວໃດ?

ໃຫ້ກົດ ອອກຈາກລະບົບ ຢູ່ແຖບລຸ່ມຂອງໜ້າໂຫວດ ແລ້ວເຂົ້າສູ່ລະບົບດ້ວຍບັນຊີ Google ຫຼື Facebook ຂອງຕົນເອງ. ວິທີທີ່ງ່າຍ ແລະ ປອດໄພທີ່ສຸດ: ເປີດໜ້າຕ່າງສ່ວນຕົວ (Incognito — ໃນຄອມກົດ Ctrl+Shift+N) ໂຫວດ ແລ້ວປິດໜ້າຕ່າງນັ້ນ — ບັນຊີຂອງທ່ານຈະບໍ່ຄ້າງໄວ້ໃນເຄື່ອງຂອງຄົນອື່ນ. 1 ບັນຊີ ໂຫວດໄດ້ 1 ຮູບຕໍ່ໝວດ.

ລິຂະສິດ ແລະ ຂໍ້ມູນສ່ວນຕົວ

ລິຂະສິດຮູບເປັນຂອງໃຜ?

ຍັງເປັນຂອງຜູ້ຖ່າຍ. ຮູບທີ່ໄດ້ຮັບລາງວັນ ແລະ ຮູບທີ່ເຂົ້າຮອບສຸດທ້າຍ ພາກສ່ວນຈັດງານນຳໃຊ້ໄດ້ໃນວຽກງານໂຄສະນາ ແລະ ລັດຖະການທີ່ບໍ່ຫວັງຜົນກຳໄລ ໂດຍລະບຸຊື່ຜູ້ຖ່າຍທຸກຄັ້ງ. ໜ້າເວັບສະແດງແຕ່ຮູບຍໍ່ທີ່ມີລາຍນ້ຳ — ຮູບຕົ້ນສະບັບບໍ່ເປີດເຜີຍ.

ຂໍ້ມູນສ່ວນຕົວຂອງຂ້ອຍ ໃຜເຫັນໄດ້?

ສາທາລະນະເຫັນພຽງ ຊື່ ແລະ ນາມສະກຸນ. ເບີໂທ, ອີເມວ ແລະ ທີ່ຢູ່ ບໍ່ເປີດເຜີຍ — ໃຊ້ສະເພາະການຕິດຕໍ່ຂອງຄະນະຈັດງານ.

ອ່ານກົດກະຕິກາເຕັມ →