
ມໍລະດົກທາງປະຫວັດສາດ ແລະ ຄຸນຄ່າທາງວັດທະນະທຳ
ໂບຮານສະຖານ, ຮ່ອງຮອຍປະຫວັດສາດການປະຕິວັດ, ວັດວາອາຮາມເກົ່າແກ່ ປະສົມປະສານກັບວິຖີຊີວິດ, ຮີດຄອງປະເພນີ, ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຫັດຖະກຳທ້ອງຖິ່ນ.
ງານປະກວດຮູບຖ່າຍ
ຮ່ວມຖ່າຍທອດຄວາມງົດງາມ ແລະ ເອກະລັກຂອງແຂວງຄຳມ່ວນ ຜ່ານມຸມມອງຂອງທ່ານ ບໍ່ວ່າຈະເປັນ ດ້ານວັດທະນະທຳ, ດ້ານປະຫວັດສາດ ແລະ ດ້ານທຳມະຊາດ ເພື່ອຊີງເງິນລາງວັນ ແລະ ກຽດຕິຍົດ.
ຈຸດເດັ່ນຂອງງານຈຸດເດັ່ນຂອງງານ
ຫົວຂໍ້ “ເອກະລັກແຂວງຄຳມ່ວນ” ຕິດພັນກັບສາມຍອດຍິ່ງທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ຂອງແຂວງ.
ຍອດຍິ່ງທີ 1
ພະທາດສີໂຄດຕະບອງ, ໂບຮານສະຖານ, ວັດວາອາຮາມເກົ່າແກ່ ແລະ ຮ່ອງຮອຍປະຫວັດສາດການປະຕິວັດ ໃນແຂວງຄຳມ່ວນ.
ຍອດຍິ່ງທີ 2
ພູຜາປ່າດົງ, ຖ້ຳ, ສາຍນ້ຳ, ນ້ຳຕົກຕາດ, ພູມສັນຖານຫີນປູນ ແລະ ຄວາມອຸດົມສົມບູນດ້ານຊີວະນາໆພັນ.
ຍອດຍິ່ງທີ 3
ຮີດຄອງປະເພນີ, ບຸນປະເພນີ, ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຫັດຖະກຳທ້ອງຖິ່ນ.
ເປີດຮັບຜົນງານທີ່ສະທ້ອນເອກະລັກ ແລະ ສາມຍອດຍິ່ງຂອງແຂວງຄຳມ່ວນ — ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ.

ໂບຮານສະຖານ, ຮ່ອງຮອຍປະຫວັດສາດການປະຕິວັດ, ວັດວາອາຮາມເກົ່າແກ່ ປະສົມປະສານກັບວິຖີຊີວິດ, ຮີດຄອງປະເພນີ, ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຫັດຖະກຳທ້ອງຖິ່ນ.

ພູຜາປ່າດົງ, ຖ້ຳ, ສາຍນ້ຳ, ນ້ຳຕົກຕາດ, ພູມສັນຖານຫີນປູນ, ຄວາມອຸດົມສົມບູນດ້ານຊີວະນາໆພັນ ແລະ ແຫຼ່ງທ່ອງທ່ຽວທຳມະຊາດທີ່ໂດດເດັ່ນໃນແຂວງຄຳມ່ວນ.
4 ຂັ້ນຕອນ ຈາກການສົ່ງຮູບ ຈົນເຖິງມື້ມອບລາງວັນ. ວັນທີທີ່ສະແດງແມ່ນຕາມການແຈ້ງຂອງຄະນະຈັດງານ.
31 ທັນວາ 2026
ສົ່ງຮູບຜ່ານເວັບໄຊນີ້ ແລະ ຮັບລະຫັດຕິດຕາມທາງອີເມວ ເພື່ອກວດສະຖານະຜົນງານໄດ້ທຸກເວລາ.
20–24 ພະຈິກ 2026
ຄະນະກຳມະການພິຈາລະນາທຸກຜົນງານ ແລະ ຄັດເລືອກຜູ້ເຂົ້າຮອບຂອງແຕ່ລະໝວດ.
25–29 ພະຈິກ 2026
ທຸກຄົນເບິ່ງຮູບຜູ້ເຂົ້າຮອບ ແລະ ໂຫວດຮູບທີ່ມັກທາງອອນລາຍ ໄດ້ໝວດລະ 1 ສຽງ.
2 ທັນວາ 2026
ແຂກໃນງານໂຫວດດ້ວຍບັດ QR, ຈາກນັ້ນປະກາດຜູ້ຊະນະ ແລະ ມອບລາງວັນ ພ້ອມເປີດເຜີຍຜົນໃຫ້ທຸກຄົນກວດສອບໄດ້.
ຜົນງານທີ່ດີເດັ່ນໃນແຕ່ລະໝວດຈະໄດ້ຮັບລາງວັນ.
ແຕ່ລະໝວດຍັງມີລາງວັນຊົມເຊີຍພິເສດ 3 ລາງວັນ (ອັນດັບທີ 4–6) ລາງວັນລະ 1,000,000 ກີບ, ແລະ ທັງງານມີລາງວັນຂວັນໃຈມະຫາຊົນ 1 ລາງວັນ 3,000,000 ກີບ ສຳລັບຮູບທີ່ໄດ້ສຽງໂຫວດອອນລາຍຫຼາຍທີ່ສຸດ. ທຸກລາງວັນໄດ້ຮັບໃບຢັ້ງຢືນກຽດຕິຍົດ ຈາກປະທານຄະນະກຳມະການປົກຄອງແຂວງຄຳມ່ວນ.
ກະລຸນາອ່ານຂໍ້ກຳນົດຫຼັກກ່ອນສົ່ງຜົນງານ. ລາຍລະອຽດເຕັມຢູ່ໜ້າກົດກະຕິກາ.
ພົນລະເມືອງລາວ ຫຼື ຊາວຕ່າງປະເທດທີ່ອາໄສ ຫຼື ເຮັດວຽກຢູ່ ສປປ ລາວ — ທັງມືອາຊີບ ແລະ ສະໝັກຫຼິ້ນ. ຮູບຕ້ອງເປັນຜົນງານທີ່ຖ່າຍເອງ ແລະ ເປັນເຈົ້າຂອງລິຂະສິດ.
ທຸກຜົນງານຕ້ອງຖ່າຍໃນແຂວງຄຳມ່ວນ — ມໍລະດົກທາງປະຫວັດສາດ, ວັດທະນະທຳ ແລະ ວິຖີຊີວິດ ຫຼື ທັດສະນີຍະພາບ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ຕາມໝວດທີ່ເລືອກ.
ປັບແສງ, ສີ ແລະ ຕັດຮູບໄດ້. ຫ້າມສ້າງ ຫຼື ເພີ່ມອົງປະກອບດ້ວຍ AI. ຄະນະຈັດງານອາດຂໍໄຟລ໌ຕົ້ນສະບັບມາກວດ.
ສົ່ງໄດ້ 2 ຮູບຕໍ່ໝວດ, ລວມບໍ່ເກີນ 4 ຮູບຕໍ່ຄົນ. ໄຟລ໌ JPEG ດ້ານຍາວຢ່າງໜ້ອຍ 3,500 ພິກເຊວ ແລະ ບໍ່ເກີນ 20 MB.